ສະພາບລວມຂອງໂຄງການ
ເປົ້າໝາຍຂອງໂຄງການດ້ານການພັດທະນາ: ປັບປຸງການບໍລິການດ້ານການສົ່ງເສີມກະສິກຳ ເພື່ອປະກອບ ສ່ວນດ້ານການຄໍ້າປະກັນສະບຽງອາຫານໃຫ້ຫມັ້ນຄົງ, ຫຼຸດຜ່ອນຄວາມທຸກຍາກໃນຊົນນະບົດ, ແລະ ຊຸກຍູ້ ການຂະຫຍາຍຕົວທາງດ້ານເສດຖະກິດຢ່າງເທົ່າທຽມກັນ, ຍົກສະມັດຕະພາບ ແລະ ຜົນກຳໄລຂອງການຜະ ລິດຈຸດປະສົງຂອງໂຄງການ: ເພື່ອປະກອບສ່ວນເຂົ້າໃນການພັດທະນາລະບົບການສົ່ງ ເສີມທີ່ມີການແບ່ງຂັ້ນ ຄຸ້ມຄອງ, ມີສ່ວນຮ່ວມ, ມີຄວາມຫລາກຫລາຍທີ່ຜູກພັນຫລາຍພາກສ່ວນ ແລະ ມີຄວາມຍືນຍົງທີ່ສາມາດ ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ຊຸມຊົນທີ່ທຸກຍາກທັງຍິງ ແລະ ຊາຍໄດ້ຢ່າງທົ່ວເຖິງ.
ໄລຍະ
|
ຊ່ວງເວລາ |
ຈຳນວນເດືອນ |
ງົບປະມານ (CHF) |
ຜົນໄດ້ຮັບ |
I |
2001 ເຖິງ 2004
|
36 |
1.8 |
ໄລຍະນີ້ແມ່ນ ‘ໂຄງການໄລຍະທົດລອງ’ ຊຶ່ງແມ່ນໄລຍະການພັດ ທະນາແລະ ທົດສອບລະບົບການສົ່ງເສີມໃນເຂດເປົ້າຫມາຍໃນ 3 ແຂວງ. ໄປຄຽງຄ່ກັນນັ້ນແມ່ນໄດ້ຝຶກອົບຮົມໃຫ້ແກ່ທີມງານຄູຝຶກຂັ້ນ ສູນກາງທີ່ປະຈຳຢູ່ກອງສົ່ງເສີມກະສິກະແລະປ່າໄມ້ (NAFES) ຜ່ານ ການເຮັດຕົວຈິງ. ຜົນໄດ້ຮັບອັນຫນື່ງແມ່ນການທີ່ສາມາດສ້າງປື້ມຄູ່ ມືສຳລັບນັກສົ່ງເສີມກະສິກຳ |
II |
2005 ເຖິງ2007 |
36 |
3.5 |
ນີ້ແມ່ນໄລຍະ ‘ຂະຫຍາຍໂຄງການ’ ເມື່ອຮູບແບບການສົ່ງເສີມຂອງ ລາວ (LEA) ໄດ້ຖືກຮັບຮອງໂດຍກະຊວງກະສິກໍາ ແລະປ່າໄມ້ ແລະ ທີມງານຄູຝຶກຂັ້ນສູນກາງໄດ້ນໍາເອົາຮູບແບບການສົ່ງເສິມດັ່ງກ່າວໄປ ປະຕິບັດຢູ່ 14 ແຂວງ. ກອງສົ່ງເສີມກະສິກໍາແລະປ່າໄມ້ກໍ່ໄດ້ສ້າງສູນ ຂໍ້ມູນຂ່າວສານໃໝ່ຂຶ້ນ ແລະ ໂຄງການສົ່ງເສີມກະສິກໍາກໍ່ໄດ້ເຮັດໜ້າ ທີ່ເປັນກອງເລາຂາໃຫ້ແກ່ ໜ່ວຍງານຍ່ອຍດ້ານທຸລະກິດກະສິກໍາ ແລະ ຊາວກະສິກອນ. ນອກຈາກນັ້ນ, ຜົນງານອັນພົ້ນເດັ່ນໃນໄລຍະນີ້ຍັງ ປະກອບມີບັນດາກິດຈະກຳຂໍ້ມູນຂ່າວສານ ແລະ ອຸປະກອນໃນການ ສົ່ງເສີມກະສິກຳຕ່າງໆ. |
III |
2008 |
6 |
0.8 |
ນີ້ແມ່ນໄລຍະ‘ເຊື່ອມຕໍ່’ຊຶ່ງໄດ້ສືບຕໍ່ສະໜັບສະໜູນການຂະຫຍາຍລະບົບ LEA ພ້ອມທັງກະກຽມແຜນຊວ່ງຕໍ່ໄປເພື່ອໃຫ້ສອດຄອງກັບໂຄງສ້າງ ແລະນະໂຍບາຍໃໝ່ຂອງກະຊວງກະສິກໍາແລະປ່າໄມ້ ໃນຊ່ວງນີ້ໂຄງການສົ່ງເສີມກະສິກໍາໄດ້ເຊັ່ນສັນຍາຮ່ວມມືກັບສະມາຄົມທີ່ ບໍ່ຫວັງຜົນກໍາໄລ(NPA)ເປັນຄັ້ງທຳອິດ. |
IV |
2008 ເຖິງ2012 |
52 |
5.0 |
ນີ້ແມ່ນໄລຍະ‘ປັບປຸງຄຸນນະພາບຂອງໂຄງການ’ໄດ້ມີການສຶບຕໍ່ຂະຫຍາຍ ລະບົບ LEA ໃຫ້ສຳເລັດສົມບູນ ໄປພ້ອມກັບການພັດທະນາ, ປັບປຸງລະບົບການສົ່ງເສີມໃຫ້ສົມບູນກວ່າເກົ່າເຊິ່ງເອີ້ນວ່າ LEA+. ໄລຍະ ນີ້ໄດ້ມີກິດຈະກຳໃຫມ່ເຊັ່ນ: ການສ້າງຄວາມເຂັ້ມແຂງໃຫ້ແກ່ອົງການຈັດຕັ້ງ ຊາວກະສິກອນ, ອໍານວຍຄວາມສະດວກໃນການເຊື່ອມໂຍງກັບຕະຫຼາດ, ທັງມີການສົ່ງເສີມບົດບາດຂອງແມ່ຍິງ. ໃນຂະນະດຽວກັນຍັງໄດ້ຫັດແຫນ້ນການຮ່ວມມືກັບສະມາຄົມທີ່ບໍ່ຫວັງຜົນ ກໍາໄລຕ່າງໆ. ພ້ອມກັນນັ້ນກໍ່ໄດ້ມີການສຶກສາຜົນກະທົບຂອງໂຄງການ ແລະ ໄດ້ສະຫນັບສະຫນູນການສ້າງແຜນຍຸດທະສາດໃຫມ່ຂອງກອງສົ່ງ ເສີມກະສິກໍາແລະປ່າໄມ້2011-2020. |
V |
2012 ເຖິງ2014 |
14 |
1.4 |
ນີ້ແມ່ນະ ‘ໂຄງການໄລຍະສຸດທ້າຍ’ ຊຶ່ງປະກອບມີການສະຫຼຸບທຸກໆກິດຈະກໍາໃນພາກສະຫນາມ, ໄດ້ສະຫນັບສະຫນູນການຂ້າມຜ່ານຈາກກອງສົ່ງເສີມກະສິກໍາແລະປ່າໄມ້ ໄປສູ່ກົມສົ່ງເສີມກະສິກໍາ ແລະ ສະຫະກອນ ແລະໄດ້ລວບລວມບົດຮຽນຕ່າງໆກ່ຽວກັບໂຄງການໃນໄລຍະ12ປີຜ່ານມາ. |
CHF = ສະກຸນເງິນຂອງ ປະເທດສະວິດສແລ້ນ(ຫົວຫນ່ວຍແມ່ນຫນື່ງລ້ານ)
ຮູບແບບການສົ່ງເສີມຂອງລາວ(LEA) ແມ່ນຫມາກຫົວໃຈຂອງໂຄງການ. ຮູບແບບດັ່ງກ່າວໄດ້ຖືກສ້າງຂື້ນໃນໂຄງ ການໄລຍະທີຫນື່ງ, ໄດ້ຖືກຜັນຂະຫຍາຍອອກໃນໄລຍະທີສອງ, ໄດ້ຖືກປັບປຸງດ້ານຄຸນນະພາບໃນໄລຍະທີສອງ ແລະ ທີ ສີ່.
ຮູບແບບດັ່ງກ່າວໄດ້ເປັນແນວທາງໃຫ້ແກ່ພາກສ່ວນອື່ນໆທີ່ກ່ຽວຂ້ອງໃນ ສປປ ລາວໃນການເຮັດວຽກສົ່ງເສີມເຊິ່ງໄດ້ຮັບ ການຮັບຮອງຢ່າງເປັນທາງການຈາກກະຊວງກະສິກໍາແລະປ່າໄມ້ໃນປີ 2005. ເພື່ອໃຫ້ເຂົ້າໃຈໄດ້ງ່າຍ, ຮູບແບບດັ່ງ ກ່າວປະກອບດ້ວຍ 1 ວິໃສທັດ, 2 ແນວຄວາມຄິດ ແລະ 3 ຫລັກການ ຫລື ເອີ້ນຫຍໍ້ວ່າ '1-2-3'.
ຮູບແບບການສົ່ງເສີມດັ່ງກ່າວມີວິໃສທັດທີ່ບໍ່ມີການຈຳແນກດັ່ງທີ່ອະທິບາຍໃນຄຳເວົ້າທີ່ວ່າ 'ການສົ່ງເສີມສໍາລັບທຸກຄົນ’ ຫມາຍວ່າການສົ່ງເສີມແມ່ນສໍາລັບຊາວກະສິກອນທັງຫມົດໂດຍບໍ່ມີການຈໍາແນກຄົນທຸກຍາກ, ຄົນຮັ່ງມີ, ຜູ້ຊາຍ, ແມ່ຍິງ, ຊົນເຜົ່າ ແລະ ລະດັບການສຶກສາ.
ເພື່ອເຮັດໃຫ້ວິໃສທັດດັ່ງກ່າວປະກົດຜົນເປັນຈິງ ຈື່ງປະກອບມີ 2 ແນວຄວາມຄິດໃນການຈັດຕັ້ງປະຕິບັດ ຊື່ງມີຄວາມ ແທດເຫມາະກັບສະພາບໃນ ສປປ ລາວເຊັ່ນ: ການແບ່ງຂັ້ນຄຸ້ມຄອງ/ການກະຈາຍອຳນາດ ແລະ ການຜູກພັນຫລາຍ ພາກສ່ວນ.
ການແບ່ງຂັ້ນຄຸ້ມຄອງ: ແມ່ນແນວທາງດ້ານການເມືອງທີ່ສໍາຄັນຫນື່ງຂອງນະໂຍບາຍການພັດທະນາຂອງລັດຖະບານ ຫມາຍຄວາມ ວ່າການຊ່ວຍເຫຼືອຂອງລັດຖະບານຕໍ່ຊາວກະສິກອນແມ່ນຕ້ອງໄດ້ມີການວາງແຜນ ແລະ ການຈັດຕັ້ງຢູ່ໃນ ລະດັບຮາກຖານທີ່ສຸດເທົາທີ່ຈະເປັນໄປໄດ້ໂດຍມີພະນັກງານເມືອງເປັນຜູ້ຮັບຜິດຊອບຕອບສະຫນອງຕໍ່ຄວາມຕ້ອງການໃນການຜູກພັນຫລາຍພາກສ່ວນ: ແມ່ນໝາກຜົນຂອງການແບ່ງຂັ້ນຄຸ້ມຄອງ ແລະ ໄດ້ມາຈາກຄວາມຫຼາກຫຼາຍຂອງສະພາບ ການໃນຊົນນະບົດຂອງ ສ.ປ.ປ.ລາວ ການຜູກພັນຫລາຍພາກສ່ວນ ຫມາຍເຖິງຄວາມຫລາກຫລາຍຂອງກິດຈະກຳສົ່ງ ເສີມໃນຂອບເຂດທີ່ ແຕກຕ່າງກັນ. ນອກຈາກນັ້ນ, ຍັງຫມາຍເຖິງການທີ່ມີຫລາຍພາກສ່ວນເຂົ້າມາມີບົດບາດໃນການບໍ ລິການສົ່ງເສີມເຊັ່ນລັດຖະບານ, ເອກະຊົນ ແລະ ອົງການຈັດຕັ້ງສັງຄົມຕ່າງໆ.
ສາມຫລັກການນີ້ ເປັນແນວທາງເຮັດໃຫ້ການຈັດຕັ້ງປະຕິບັດຮູບແບບການສົ່ງເສີມຂອງລາວ (LEA) ມີລັກສະນະແຕກ ຕ່າງຈາກຮູບແບບການສົ່ງເສີມອື່ນໆ.
ຫລັກການດັ່ງກ່າວປະກອບດ້ວຍ:
• ການມີສ່ວນຮ່ວມ: ຮູບແບບດັ່ງກ່າວເຮັດໃຫ້ປະຊາຊົນໃນຊົນນະບົດເຂົ້າຮ່ວມໃນການວາງແຜນ ແລະ ຈັດຕັ້ງກິດຈະກໍາ ການພັດທະນາຂອງເຂົາເຈົ້າເອງ;
• ອີງໃສ່ຄວາມຕ້ອງການເປັນຫລັກ: ຫົວຂໍ້ການສົ່ງເສີມແມ່ນອີງໃສ່ຜົນການວິເຄາະຂໍ້ຈຳກັດ ແລະ ໂອກາດຂອງທ້ອງຖິ່ນ.
• ເຮັດວຽກເປັນກຸ່ມ: ການບໍລິການສົ່ງເສີມແມ່ນເຂົ້າຫາກຸ່ມຊາວກະສິກອນ ຊຶ່ງຂາວຊາວກະສິກອນທຸກຄົນສາມາດອາສາ ສະຫມັກເຂົ້າກຸ່ມໄດ້.