• ໜ້າຫຼັກ
  • ໂຄງການLEAP
  • ກົມສົ່ງເສີມກະສິກຳ ແລະ ສະຫະກອນ
  • ຜົນສຳເລັດຂອງLEAP
  • ຕິດຕໍ່ພວກເຮົາ
  • ລາວ
  • English (UK)

ໜ້າຫຼັກ

ເຜີຍແຜ່ເມື່ອ ວັນອັງຄານ, 28 ພຶດສະພາ 2013 17:17 | ພິມ | ອີເມລ | ກົດເບິ່ງ: 8673

ໂຄງການສົ່ງເສີມກະສິກໍາ (ຄສກ) ແມ່ນໂຄງການທີ່ໄດ້ຮັບທຶນສະໜັບສະໜູນຈາກອົງການເພື່ອການ ພັດທະນາ ແລະ ການຮ່ວມມືຂອງປະເທດສະວິດ (SDC) ເຊິ່ງຈັດຕັ້ງປະຕິບັດ ໂດຍ ກອງສົ່ງເສີມ ກະສິກໍາ ແລະ ປ່າໄມ້ (NAFES) ໂດຍການຊ່ວຍເຫຼືອດ້ານວິຊາການຈາກ ອົງການເຮລວີຕາສ (HELVETAS) ອົງການຮ່ວມມືຈາກປະເທດຊະວິດ. ໂຄງການສົ່ງເສີມກະສິກໍາເລີ່ມຕົ້ນໃນປີ 2001, ປັດຈຸບັນແມ່ນຢູ່ໃນໄລຍະທີ່ 5 ແລະ ເປັນໄລຍະສຸດທ້າຍຂອງໂຄງການຊິ່ງຈະສິ້ນສຸດລົງໃນຕົ້ນປີ 2014.      

ເນື່ອງຈາກວ່າໂຄງການ ໃກ້ຈະສິ້ນສຸດລົງແລ້ວ, ສະນັ້ນຈີ່ງຮຽກຮ້ອງ ໃຫ້ມີການຖອດຖອນບົດຮຽນ ຈາກການຈັດຕັ້ງປະຕິບັດໂຄງການໃນໄລຍະ12ປີຜ່ານມາ ເຊິ່ງປະກອບມີເອກະສານ ແລະ ສື່ຕ່າງໆ ດ້ານເຕັກນິກການຜະລິດ, ວິທີການຝຶກອົບຮົມສົ່ງເສີມ, ການລົນນະລົງຊວນເຊື່ອ, ບົດສຶກສາ ແລະ ອື່ນ.

ພວກເຮົາຫວັງຢ່າງຍິ່ງວ່າເອກະສານເລົ່ານີ້ຈະເປັນປະໂຫຍດ ແລະ ຖືກນຳໄປໃຊ້ ແລະ ເຜີຍແຜ່ ຕໍ່ໆໄປ.